ກອງປະຊຸມ ປຶກສາຫາລືການຈັດຕັ້ງປະຕິບັດບັນດາໜ້າວຽກຂອງເເຜນຍຸດທະສາດຂ້າມຜ່ານ ຂອງ ສປປ ລາວ ເພື່ອອອກຈາກສະຖານະພາບປະເທດດ້ອຍພັດທະນາ (STS)
ວັນທີ: 12/12/2024
ໃນວັນທີ 12 ທັນວາ 2024, ທີ່ ໂຮງແຮມ Double Tee by Hilton Vientiane, ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມ ປຶກສາຫາລືການຈັດຕັ້ງປະຕິບັດບັນດາໜ້າວຽກຂອງ ເເຜນຍຸດທະສາດການຂ້າມຜ່ານ ຂອງ ສປປ ລາວ ເພື່ອອອກຈາກສະຖານະພາບປະເທດດ້ອຍພັດທະນາ (STS Dissemination Meeting). ກອງປະຊຸມດັ່ງກ່າວໄດ້ດໍາເນີນໄປໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ເເລະ ທ່ານ Bakhodir Burkhanov, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າກະຊວງ, ສະຖານທູດ, ອົງການເຄື່ອຂ່າຍ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆເຂົ້າຮ່ວມ ຫຼາຍກວ່າ 50 ທ່ານ.
ກອງປະຊຸມຄັ້ງນີ້ ມີຈຸດປະສົງ ເພື່ອເຜີຍເເຜ່ ເເລະ ປຶກສາຫາລືລະຫວ່າງ ບັນດາຈຸດປະສານງານພາກລັດ ເເລະ ບັນດາຄູ່ຮ່ວມພັດທະນາ ກ່ຽວກັບ ການຈັດຕັ້ງປະຕິບັດໜ້າວຽກ ເເລະ ກິດຈະກໍາຕ່າງໆ ທີ່ນອນຢູ່ໃນ ເເຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2026 ເເລະ ຫຼັງປີ 2026. ນອກຈາກນີ້, ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບ ຂະບວນການກະກຽມຂອງ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ເເລະ ໄດ້ຮຽນເຊີນ ຜູ້ຕາງໜ້າ ຈາກ ກະຊວງການຕ່າງປະເທດ, ສະຖານທູດ ສປ ຈີນ ເເລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ/INGOs ເພື່ອເເລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ກາລະໂອກາດຕ່າງໆ ຕໍ່ກັບຂະບວນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ປະທານກອງປະຊຸມ ໄດ້ຢໍ້າຄືນເຖິງຄວາມໝາຍຄວາມສໍາຄັນຂອງກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດບັນດາໜ້າວຽກຂອງ ເເຜນຍຸດທະສາດການຂ້າມຜ່ານ ຂອງ ສປປ ລາວ ເພື່ອອອກຈາກສະຖານະພາບປະເທດດ້ອຍພັດທະນາ ເເລະ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຂອງພາກລັດ ແລະ ສັງຄົມ ພ້ອມທັງບັນດາຄູ່ຮ່ວມມພັດທະນາ ຈົ່ງເອົາໃຈໃສ່ມີສ່ວນຮ່ວມ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດເເຜນຍຸດທະສາດດັ່ງກ່າວ ເພື່ອຮັບປະກັນວ່າ ພາຍຫຼັງການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາໃນປີ 2026 ແລ້ວ, ສປປ ລາວ ຈະບໍ່ກັບຄືນມາສູ່ສະຖານະພາບດັ່ງກ່າວອີກ.
ພ້ອມດຽວກັນນີ້, ທ່ານ Bakhodir Burkhanov, ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ກໍໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງເເຜນຍຸດທະສາດຂ້າມຜ່ານຂອງ ສປປ ລາວ ໃນການຮັບມືກັບບັນດາສິ່ງທ້າທາຍທີ່ ສປປ ລາວ ຈະຕ້ອງ ປະເຊີນໜ້າ ພາຍຫຼັງທີ່ໄດ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ. ຕໍ່ກັບບັນຫາດັ່ງກ່າວ, ທ່ານ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ຈຶ່ງໄດ້ຮຽກຮ້ອງໃຫ້ ທຸກຂະເເໜງການກ່ຽວຂ້ອງຂອງ ພາກລັກ, ເອກະຊົນ ເເລະ ຄູ່ຮ່ວມພັດທະນາ ຮ່ວມກັນສຸມຄວາມພະຍະຍາມ ເເລະ ຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ເເຜນຍຸດທະສາດ STS ໂດຍອີງຕາມ ເເຜນງານປະຕິບັດງານ ໂດຮາ ສໍາລັບປະເທດດ້ອຍພັດທະນາ (DOHA Programme of Action). ພ້ອມນັ້ນ, ທ່ານ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ກໍໄດ້ຢໍ້າຄືນເຖິງຄວາມໝາຍໝັ້ນຂອງ ອົງການ ສປຊ ທີ່ຈະສືບຕໍ່ສະໜັບສະໜູນ ໃນຂະບວນການຂ້າມຜ່ານ ເພື່ອຮັບປະກັນການພັດທະນາທີ່ໂລ່ງລ່ຽນ, ຄຸນນະພາບ ແລະ ຍືນຍົງ ພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ.
ກອງປະຊຸມໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ສໍາເລັດລົງຢ່າງຈົບງາມ, ເຊິ່ງໝາກຜົນຂອງກອງປະຊຸມດັ່ງກ່າວ ຈະເປັນບ່ອນອີງສຳຄັນໃນການສືບຕໍ່ຮັດແໜ້ນການປະສານງານ, ການຮ່ວມມືລະຫ່ວາງບັນດາຈຸດປະສານງານ ແຫ່ງຊາດ ແລະ ຊຸກຍູ້ການປະກອບສ່ວນຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດແຜນງານທີ່ກ່ຽວຂ້ອງ.