Slide
Slide
Slide
Slide

ຄະນະຜູ້ແທນທາງການ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືພາກພື້ນອາຊີ-ປາຊີຟິກ ວ່າດ້ວຍ ການພັດທະນາແບບຍືນຍົງ ຄັ້ງທີ 13
ວັນທີ: 26/02/2026

ຄະນະຜູ້ແທນທາງການ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືພາກພື້ນອາຊີ-ປາຊີຟິກ ວ່າດ້ວຍ ການພັດທະນາແບບຍືນຍົງ ຄັ້ງທີ 13 (13th Asia-Pacific Forum on Sustainable Development) ໃນລະຫວ່າງວັນທີ 24 ຫາ 27 ກຸມພາ 2026, ທີ່ ສູນປະຊຸມ ສປຊ (UNCC), ບາງກອກ, ປະເທດ ໄທ. ກອງປະຊຸມ ໄດ້ໄຂຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ນາງ  Fane Fotu Fituafe, ລັດຖະມົນຕີ ກະຊວງພາຍໃນ, ປະເທດ ຕົງກາ, ມີຜູ້ເຂົ້າຮ່ວມຈາກ 53 ປະເທດສະມາຊິກ ອົງການ UNESCAP. ສໍາລັບ ສປປ ລາວ, ນໍາພາຄະນະໂດຍ ທ່ານ ອາລົມລັງສີ ລາຊະວົງ, ຮອງຫົວໜ້າກົມ ອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້: “ການຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ບັນດາເປົ້າຫມາຍ ການພັດທະນາແບບຍືນຍົງ ທີ່ ມີການປະສານງານ, ມີນະວັດຕະກຳ, ເທົ່າທຽມ ແລະ ມີລັກສະນະຂ້າມຜ່ານ ເພື່ອອະນາຄົດທີ່ຍືນຍົງ ສຳລັບທຸກຄົນ” (Transformative, equitable, innovative and coordinated actions for the 2030 Agenda for Sustainable Development and its Sustainable Development Goals for a sustainable future for all).
ຈຸດປະສົງຫຼັກຂອງກອງປະຊຸມ ແມ່ນເພື່ອປະເມີນຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ວາລະ 2030 ເພື່ອການ ພັດທະນາແບບຍືນຍົງ (ປພຍ) ລວມທັງການກະກຽມໃຫ້ແກ່ກອງປະຊຸມລະດັບສູງຂອງຄະນະກຳມະທິການ ເສດຖະກິດ-ສັງຄົມ ສປຊ ປະຈໍາພາກພື້ນອາຊີ-ປາຊີຟິກ (UNESCAP) ຄັ້ງທີ 82 ແລະ ກອງປະຊຸມເວທີການ ເມືອງລະດັບສູງ (HLPF) ຂອງອົງການ ສປຊ ປະຈໍາປີ 2026. ພ້ອມດຽວກັນນັ້ນ, ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ ທົບທວນຄືນການຈັດຕັ້ງປະຕິບັດ ປພຍ ໂດຍສະເພາະ 05 ປພຍ ຄື: ປພຍ 6 (ມີນໍ້າດື່ມທີ່ສະອາດ ແລະ ສຸຂະອະນາໄມ), ປພຍ 7 (ມີພະລັງງານທີ່ສະອາດ ແລະ ທຸກຄົນສາມາດເຂົ້າເຖິງ), ປພຍ 9 (ສົ່ງເສີມການຫັນ ເປັນອຸດສາຫະກຳ, ການປະດິດສ້າງ ແລະ ພື້ນຖານໂຄງລ່າງທີ່ເຂັ້ມແຂງ), ປພຍ 11 (ການສ້າງຕົວເມືອງ ແລະ ຊຸມຊົນໃຫ້ມີຄວາມຍືນຍົງ) ແລະ ປພຍ 17 (ເປັນຄູ່ຮ່ວມມືເປົ້າໝາຍການພັດທະນາແບບຍືນຍົງ). 
ໃນກອງປະຊຸມ ຫົວໜ້າຄະນະຜູ້ແທນ ສປປ ລາວ ໄດ້ຂຶ້ນກ່າວມີຄຳເຫັນ 2 ວາລະຄື: 1). ການຈັດຕັ້ງປະຕິບັດ ວຽກງານການພັດທະນາແບບຍືນຍົງ ໂດຍຜັນຂະຫຍາຍຖະແຫຼງການການເມືອງ ໂດຮາ ແລະ ຜົນກອງປະຊຸມສຸດຍອດ ສປຊ ຄັ້ງທີ 2 ວ່າດ້ວຍການພັດທະນາສັງຄົມ ເຊິ່ງໄດ້ເນັ້ນໃຫ້ເຫັນວ່າ ສປປ ລາວ ເຫັນຄວາມສຳຄັນຂອງວຽກງານ ພັດທະນາສັງຄົມເປັນວຽກບູລິມະສິດ ແລະ ເພື່ອກະກຽມໃຫ້ແກ່ການອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026, ລັດຖະບານລາວ ໃຫ້ຄຳໝາຍໝັ້ນໃນການຜັນຂະຫຍາຍຖະແຫຼງການດັ່ງກ່າວເຂົ້າສູ່ ແຜນພັດທະນາ ເສດຖະກິດ-ສັງຄົມ 05 ປີ ຄັ້ງທີ 10 ເນັ້ນໃສ່ການມີສ່ວນຮ່ວມຂອງສັງຄົມ ຕາມທິດສ້າງເສດຖະກິດເປັນເຈົ້າຕົນເອງ ແລະ 2). ເລັ່ງລັດການຈັດຕັ້ງປະຕິບັດວາລະ 2030 ຜ່ານບົດລາຍງານແຫ່ງຊາດແບບສະໝັກໃຈ (Voluntary National Reviews, VNR), ຊຶ່ງຜ່ານມາ ສປປ ລາວ ໄດ້ສົ່ງບົດ VNR ທັງໝົດ 03 ສະບັບ ປີ 2018, 2021 ແລະ 2024 ແລະ ປະຈຸບັນຢູ່ໃນຂັ້ນຕອນການກະກຽມຮ່າງບົດລາຍງານສະບັບທີ 4 ເຊິ່ງຈະໄດ້ລາຍງານໃນປີ 2027. 
ພ້ອມດຽວກັນນັ້ນ, ຄະນະຜູ້ແທນທາງການຂອງ ສປປ ລາວ ຍັງໄດ້ພົບປະສອງຝ່າຍນໍາ ຄະນະຜູ້ແທນ ຈາກປະເທດອັງກິດ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ຈຳນວນຫນຶ່ງ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ແລະ ຂົນຂວາຍ ການຊ່ວຍເຫຼືອທາງດ້ານການເງິນ ແລະ ວິຊາການ ເປັນຕົ້ນ: ການກະກຽມໃຫ້ແກ່ການຮ່າງບົດລາຍງານ ແບບສະໝັກໃຈສະບັບທີ 4 (2027) ແລະ ປຶກສາຫາລືແນວທາງໃນການຮ່ວມມືຂອງສາກົນ ກໍ່ຄືການພັດທະນາປະເທດ.