Slide
Slide
Slide
Slide
Slide
Slide

ພິທີປະກາດການເປັນປະທານກອງປະຊຸມທົບທວນ ສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກ ຫວ່ານ ຮອບວຽນທີ 3
ວັນທີ: 03/04/2026

ໃນວັນທີ  27 ກຸມພາ 2026 ທີ່ ສວນປະຕູໄຊ, ນະຄອນຫຼວງວຽງຈັນ - ກະຊວງການຕ່າງປະເທດ ໃນນາມປະທານ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ໄດ້ຈັດພິທີປະກາດການເປັນປະທານກອງປະຊຸມທົບທວນ ສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກ ຫວ່ານ ຮອບວຽນທີ 3 ປີ 2026 (Launching Ceremony of the 3rd Review Conference of the Convention on Cluster  Munitions). ຈຸດປະສົງຫຼັກແມ່ນເພື່ອປະກາດຢ່າງເປັນທາງການ ແລະ ສ້າງຄວາມຮັບຮູ້ຄວາມເຂົ້າໃຈໃຫ້ແກ່ທຸກພາກສ່ວນໃນສັງຄົມໄດ້ຮັບຊາບກ່ຽວກັບ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ແລະ ບົດບາດ ຂອງ ສປປ ລາວ ໃນຂະບວນການແກ້ໄຂບັນຫາລະເບີດລູກຫວ່ານໃນລະດັບສາກົນ ທັງເປັນການຢ້ຳຄືນຄວາມໝາຍໝັ້ນທີ່ສະແດງໃຫ້ເຫັນເຖິງຄວາມພ້ອມຂອງ ລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດພັນທະຂອງສົນທິສັນຍາ ແລະ ເພື່ອສົ່ງເສີມການມີສ່ວນຮ່ວມຂອງບັນດາສື່ມວນຊົນ ໃນການກະຈາຍຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫ້ບັນດາປະຊາຊົນທັງພາຍ ເເລະ ຕ່າງປະເທດຮັບຮູ້ ທັງເປັນການສ້າງເວທີສົນທະນາໃຫ້ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ໄດ້ພົບປະແລກປ່ຽນ ແລະ ຮັບຊາບກ່ຽວກັບທິດທາງການກະກຽມກອງປະຊຸມທີ່ຈະມາເຖິງ. 
ພິທີປະກາດການເປັນປະທານກອງປະຊຸມທົບທວນ ຮອບວຽນທີ 3 ນີ້ (3RC CCM) ໄດ້ຮັບກຽດກ່າວຄໍາເຫັນໂດຍ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢຸ່ ສປປ ລາວ (ຄຊກລ), ໂດຍມີສະມາຊິກ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢຸ່ ສປປ ລາວ, ຂັ້ນຮອງລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສຈາກກະຊວງ ແລະ ອົງການລັດທຽບເທົ່າກະຊວງ, ບັນດາເອກອັກຄະລັດຖະທູດ, ທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ບັນດາອົງການເຄືອຂ່າຍ ສປຊ, ຄູ່ຮ່ວມພັດທະນາ, ອົງການປະຕິບັດງານ ລວມທັງຕາງໜ້າຜູ້ຖືກເຄາະຮ້າຍຈາກ ລບຕ ພ້ອມດ້ວຍ ນັກຮຽນນັກສຶກສາ ເຂົ້າຮ່ວມງານຢ່າງຟົດຟຶ້ນ ຫຼາຍກວ່າ 200 ທ່ານ.
ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວວ່າ  “ສປປ ລາວ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກວົງຄະນະຍາດສາກົນ ໃນການເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບທວນ ອີກຄັ້ງໜຶ່ງ ທີ່ນະຄອນຫລວງວຽງຈັນ ຂອງພວກເຮົາ. ການຕັດສິນໃຈເປັນເຈົ້າພາບກອງປະຊຸມນີ້ ລັດຖະບານ ສະແດງໃຫ້ເຫັນເຖິງເຈດຈຳນົງ ອັນສະເໝີຕົ້ນສະເໝີປາຍ ຂອງ ລັດຖະບານ ສປປ ລາວ ໃນການປະກອບສ່ວນເຂົ້າໃນຄວາມພະຍາຍາມຂອງສາກົນ ເພື່ອພາລະກິດການປົກປັກຮັກສາສັນຕິພາບ ໃນໂລກ ໂດຍຜ່ານຂະບວນການ ຂອງສົນທິສັນຍາ CCM ໄປຄຽງຄູ່ກັບການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຍັງຕົກຄ້າງ ຢູ່ພາຍໃນປະເທດ” ທ່ານລັດຖະມົນຕິີ ຍັງໄດ້ກ່າວຕື່ມວ່າ “ໃນຖານະທີ່ເປັນລັດພາຄີຂອງ ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຫຼື CCM, ສປປ ລາວ ຈະສືບຕໍ່ຍຶດຫມັ້ນໃນການປະຕິບັດພັນທະພາຍໃຕ້ສົນທິສັນຍາ ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ. ພວກເຮົາຈະສືບຕໍ່ຮ່ວມກັບວົງຄະນາຍາດສາກົນ ເພື່ອສະໜັບສະໜູນໃຫ້ສົນທິສັນຍານີ້ ໃຫ້ມີຜົນບັງຄັບໃຊ້ກວ້າງຂວາງກວ່າເກົ່າ ພ້ອມທັງຊຸກຍູ້ ໃຫ້ທຸກພາກສ່ວນ ເຂົ້າຮ່ວມໃນຂະບວນການປົກປ້ອງດ້ານມະນຸດສະທຳ ທີ່ສຳຄັນຍິ່ງນີ້” 
ພາຍໃນພິທີ, ບັນດາແຂກຜູ້ເຂົ້າຮ່ວມ ກໍ່ໄດ້ຮັບຊົມການສະແດງລະຄອນຕຸກກະຕາ ໂດຍໂຄງການເກັບກູ້ລະເບີດແຫ່ງຊາດ ແລະ ໃນພິທີຍັງໄດ້ຮັບຟັງການ ການເລົ່າປະສົບການຕົວຈິງຈາກຜູ້ເຄາະຮ້າຍຈາກ ລບຕ ແລະ ການເປີດໂຕວີດີໂອໂຄສະນາການເປັນທານ  ກອງປະຊຸມທົບທວນ ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ອີກດ້ວຍ. ນອກນັ້ນ, ພາຍໃນງານ ຍັງມີກິດຈະກຳມ່ວນຊື່ນ ເພື່ອສົ່ງເສີມຄວາມຮັບຮູ້ໃຫ້ແກ່ໄວໜຸ່ມ-ນັກສຶກສາ ກ່ຽວກັບ ສົນທິສັນຍາ CCM, ແລະ ການວາງສະແດງຮູບພາບ ແລະ ອຸປະກອນຂອງບັນຫາອົງການປະຕິບັດງານຕ່າງໆ ເພື່ອສົ່ງເສີມການສ້າງຄວາມເຂົ້າໃຈຕໍ່ໄພອັນຕະລາຍຂອງລະເບີດບໍ່ທັນແຕກທີ່ຕົກຄ້າງ ລວມທັງຄວາມຮູ້ອັນເລິກເຊິ່ງໃຫ້ແກ່ນັກສຶກສາເຖິງການທາງການປະກອບສ່ວນຂອງ ສປປ ລາວ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ. ພ້ອມກັນນັ້ນ, ໃນໄລຍະການເປັນປະທານກອງປະຊຸມ 3RC CCM ຂອງ ສປປ ລາວ ຈະໄດ້ມີການວາງສະແດງ ຜົນງານການເເກະສະຫຼັກຈາກເສດລະເບີດ (Bombshell Arts) ແລະ ກະດານຂໍ້ມູນ ຈໍານວນ 2       ໜ່ວຍ ຢູ່ ສວນປະຕູໄຊ ເພື່ອເປັນການສົ່ງເສີມການມີສ່ວນຮ່ວມ ແລະ ກະຈາຍຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫ້ສື່ມວນຊົນ ແລະ ປະຊາຊົນທັງພາຍ ເເລະ ຕ່າງປະເທດ ໄດ້ຮັບຮູ້ຫຼາຍຂື້ນ.
ກອງປະຊຸມທົບທວນ ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 3 ຈະຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ ຊຶ່ງໄດ້ກຳນົດໄວ້ໃນລະຫວ່າງວັນທີ 13-18 ເດືອນກັນຍາ 2026, ໃນນັ້ນ ວັນທີ 13 ກັນຍາ ແມ່ນຈະມີການນໍາພາຄະນະຜູ້ແທນ ຢ້ຽມຢາມການກວດກູ້ຢູ່ພາກສະໜາມ ທີ່ ແຂວງຫຼວງພະບາງ. ກອງປະຊຸມຈະຈັດຂຶ້ນພາຍໃຕ້ຫົວຂໍ້ "ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ””" ແລະ ຈະສຸມໃສ່ 4 ບູລິມະສິດທີ່ສໍາຄັນ ຄື:
1. ການຮ່ວມມືສາກົນເພື່ອເພີ່ມຄວາມພະຍາຍາມໃນການຈັດຕັ້ງປະຕິບັດສົນທິສັນຍາໃຫ້ບັນລຸຜົນຕາມເປົ້າໝາຍ.
2. ສຸມໃສ່ວຽກງານດ້ານມະນຸດສະທຳເປັນໃຈກາງ ແລະ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ເພື່ອການ ພັດທະນາທາງດ້ານເສດຖະກິດ ແລະ ສັງຄົມ.
3. ສົ່ງເສີມການເປັນພາຄີສາກົນ (Universalization) ເພື່ອໃຫ້ຫຼາຍປະເທດເຂົ້າມາຮ່ວມໃນສົນທິສັນຍາ ນີ້ຫຼາຍຂຶ້ນ.
4. ເພີ່ມທະວີການຮ່ວມມື ແລະ ຊ່ວຍເຫຼືອສາກົນ ໃນວຽກງານການເກັບກູ້, ການໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ.
ພີທີປະກາດການເປັນປະທານ ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3  ນີ້ໄດ້ຮັບການສະໜັບສະໜູນການຈັດງານໂດຍອົງການ Norwegian People’s Aid.


[ຂໍ້ມູນເພີ່ມເຕີມ]
ສປປ ລາວ ເຂົ້າເປັນລັດພາຄີຂອງສົນທິສັນຍາ CCM ໃນປີ 2008 ແລະ ສົນທິສັນຍາມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ສິງຫາ 2010. ເພື່ອເຮັດໃຫ້ຄວາມ    ໝາຍໝັ້ນນີ້ກາຍເປັນຈິງ ສປປ ລາວ ໄດ້ເຊື່ອມສານວຽກງານການແກ້ໄຂລະເບີດ ບໍ່ທັນແຕກເຂົ້າໃນວາລະການພັດທະນາສາກົນເປັນຕົ້ນແມ່ນ “ເປົ້າໝາຍສະຫັດສະວັດແຫ່ງການພັດທະນາ” ຫຼື (MDG 9) ແລະ ເປົ້າໝາຍການພັດທະນາແບບຍືນຍົງ ປພຍ 18 (SDG 18)  “ຊີວິດທີ່ປອດໄພຈາກ ລະເບີດບໍ່ທັນແຕກ” ເປັນວາລະແຫ່ງຊາດທີ່ ສປຊ ຮັບຮອງ.
ໃນທຸກໆມື້, ມີພະນັກງານຫຼາຍກວ່າ 5,000 ຄົນ (ທັງຍິງ ແລະ ຊາຍ) ຈາກບັນດາໜ່ວຍງານປະຕິບັດງານກວດ ກູ້ລະເບີດທີ່ປະຕິບັດໜ້າທີ່ຢູ່ພາກສະໜາມໃນທົ່ວປະເທດ ໄດ້ອຸທິດແຮງກາຍແຮງໃຈເພື່ອກຳຈັດໄພອັນຕະລາຍ ໃຫ້ແກ່ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ໃນການເກັບກູ້ ແລະ ທຳລາຍລະເບີດລູກຫວ່ານຫຼາຍຮ້ອຍໜ່ວຍ ໃນແຕ່ລະມື້, ເຊິ່ງໃນໄລຍະປີ 2023-2024 ສາມາດເກັບກູ້ລະເບີດບໍ່ທັນແຕກ ອອກຈາກເນື້ອທີ່ດິນໄດ້ຫຼາຍກວ່າ 12,000 ເຮັກຕາ ເພື່ອມອບຄືນຄວາມປອດໄພໃຫ້ແກ່ປະຊາຊົນ. ສະນັ້ນ, ການເກັບກູ້ລະເບີດແມ່ນການ “ຄືນສິດໃນການດຳລົງ ຊີວິດທີ່ປອດໄພ” ແລະ “ຄືນໂອກາດໃນການພັດທະນາ” ໃຫ້ແກ່ປະຊາຊົນລາວ.