ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ທີ່ ມະຫາວິທະຍາໄລ ສຸພານຸວົງ, ແຂວງຫຼວງພະບາງ.
ວັນທີ: 03/04/2026
ໃນວັນທີ 20 ມີນາ 2026 ທີ່ ແຂວງ ຫຼວງພະບາງ, ກອງເລຂາ ປພຍ ນໍາໂດຍ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ສຳລັບນັກສຶກສາຂອງມະຫາວິທະຍາໄລ ສຸພານຸວົງ ແລະ ວິທະຍາໄລອ້ອມຂ້າງ ແຂວງ ຫຼວງພະບາງ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ອາລົມລັງສີ ລາຊະວົງ, ຮອງຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ ຮສ. ປອ. ວົງປະສິດ ຈັນທະຄູນ, ຮອງຜູ້ອໍານວຍການມະຫາວິທະຍາໄລ ສຸພານຸວົງ. ກອງປະຊຸມດັ່ງກ່າວ ມີນັກສຶກສາ, ຄູອາຈານ ຂອງມະຫາວິທະຍາໄລດັ່ງກ່າວ ພ້ອມທັງ ວິທະຍາ ໄລອ້ອມຂ້າງຂອງ ແຂວງ ຫຼວງພະບາງ ເຂົ້າຮ່ວມລວມທັງໝົດປະມານ 150 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການເຜີຍແຜ່ ກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ, ໂດຍສະເພາະເພື່ອຊຸກຍູ້ແນວທາງ ແລະ ວຽກງານການເຊື່ອມສານເປົ້າໝາຍການພັດແບບຍືນຍົງ ຂອງສາກົນເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ກໍຄື ແຜນພັດທະນາຂອງທ້ອງຖິ່ນໃຫ້ສອດຄ່ອງ ແລະ ມີຄວາມເປັນເອກະພາບກັນ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ. ນອກຈາກນັ້ນ, ເພື່ອເຜີນແຜ່ ກ່ຽວກັບ ຄວາມຄືບໜ້າການກະກຽມອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026. ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມ ກໍໄດ້ສົນທະນາຖາມ-ຕອບ ແລະ ແລກປ່ຽນຄໍາເຫັນຕໍ່ບົດນໍາສະເໜີດັ່ງກ່າວ ຢ່າງສ້າງສັນ ແລະ ກົງໄປກົງມາ. ສິ່ງສໍາຄັນ, ນັກສຶກສາ ແລະ ຄູອາຈານ ຈະສືບຕໍ່ສຶກສາຄົ້ນຄວ້າເບິ່ງບັນດາຂໍ້ມູນ, ເອກະສານ ແລະ ນິຕິກໍາຕ່າງໆ ເພື່ອທໍາຄວາມເຂົ້າໃຈ ແລະ ຮ່ວມກັນຈັດຕັ້ງປະຕິບັດ ຕາມພາລະບົດບາດ ແລະ ໜ້າທີ່ວຽກງານຂອງຕົນ ທີ່ເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ກໍ່ຄືການຈັດຕັ້ງປະຕິບັດ ປພຍ.
ພາຍຫຼັງການໄດ້ຮັບຟັງຂໍ້ມູນ ກ່ຽວກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາ ເຫັນໄດ້ວ່າ ຄູອາຈານ ແລະ ນັກຮຽນນັກສຶກສາ ຈາກມະຫາວິທະຍາໄລສຸພານຸວົງ ແລະ ວິທະຍາໄລອ້ອມຂ້າງ ໄດ້ຮັບຮູ້, ເຂົ້າໃຈ ເພີ່ມຂຶ້ນ ແລະ ຈະນໍາເອົາຂໍ້ມູນດັ່ງກ່າວ ນໍາໃຊ້ເຂົ້າໃນການຮຽນ-ການສອນ ຫລື ສຶກສາຕໍ່ເປັນບົດຄົ້ນຄວ້າໃດໜຶ່ງຂຶ້ນມາ, ພ້ອມທັງ ຈະຊ່ວຍສືບຕໍ່ເຜີຍແຜ່ຂໍ້ມູນດັ່ງກ່າວໄປສູ່ສັງຄົມ ເພື່ອເປັນການປະກອບສ່ວນຈັດຕັ້ງປະຕິບັດ ປພຍ ແລະ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ຢູ່ຂັ້ນທ້ອງຖິ່ນ.