Slide
Slide
Slide
Slide

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີ ພາກພື້ນອາຊີ-ປາຊີຟິກ ເພື່ອທົບທວນກາງສະໄໝ ຂອງ ແຜນດໍາເນີນງານ ສໍາລັບປະເທດດ້ອຍພັດທະນາ ທີ່ ປະເທດ ກໍາປູເຈຍ.
ວັນທີ: 03/04/2026

ໃນລະຫວ່າງວັນທີ 31 ມີນາ ຫາ 01 ເມສາ 2026, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີ ສໍາລັບ ພາກພື້ນອາຊີ-ປາຊີຟິກ ເພື່ອທົບທວນກາງສະໄໝຂອງການຈັດຕັ້ງປະຕິບັດແຜນດໍາເນີນງານ ໂດຮາ ສໍາລັບປະເທດດ້ອຍພັດທະນາ (Doha Programme of Action for LDCs 2022-2031 ຫລື DPoA), ຈັດຂຶ້ນທີ່ ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ. ກອງປະຊຸມດັ່ງກ່າວມີ ຄະນະຜູ້ແທນລະດັບສູງ ຈາກປະເທດປະເທດດ້ອຍພັດທະນາ ຢູ່ພາກພື້ນອາຊີ-ປາຊີຟິກ ແລະ ຕົວແທນລະດັບສູງ ຈາກອົງການເຄື່ອຂ່າຍ ສະຫະປະຊາຊາດ (ສປຊ). ກອງປະຊຸມໄດ້ຕີລາຄາຄືນ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ, ບັນດາສິ່ງທ້າທາຍ ແລະ ກໍານົດແຜນຍຸດທະສາດ ສໍາລັບໄລຍະເວລາທີ່ຍັງເຫຼືອຂອງແຜນດໍາເນີນງານ ໂດຮາ ພ້ອມທັງ ສະເຫນີວິທີທາງໃນຕໍ່ຫນ້າ ເພື່ອເຮັດໃຫ້ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ມີຄວາມຍືນຍົງ ແລະ ໄລຍະຂ້າມຜ່ານມີຄວາມໂລ່ງລ່ຽນ.
ຫົວຫນ້າຄະນະຜູ້ແທນ ສປປ ລາວ ໄດ້ຂຶ້ນກ່າວຄໍາເຫັນຮ່ວມກັບບັນດາລັດຖະມົນຕີ ຂອງບັນດາປະເທດໃນພາກພື້ນ ໂດຍປະເມີນຄືນຄວາມຄືບໜ້າຂອງໃນການຈັດຕັ້ງປະຕິບັດແຜນດໍາເນີນງານສາກົນດັ່ງກ່າວ ໃນລະດັບປະເທດ ທີ່ ສປປ ລາວ ສາມາດບັນລຸໄດ້ໃນຜ່ານມາ, ພ້ອມທັງຍົກໃຫ້ເຫັນເຖິງບັນດາສິ່ງທ້າທາຍ ແລະ ຂໍ້ສະເໜີເພື່ອຮັດແຫນ້ນຂອບການຮ່ວມມືດ້ານການພັດທະນາສາກົນ ໃນຕໍ່ຫນ້າ. ພາຍຫລັງການຮັບຮອງເອົາແຜນປະຕິບັດງານ ໂດຮາ, ລັດຖະ ບານ ລາວ ໄດ້ເຊື່ອມສານບັນດາເປົ້າຫມາຍຂອງສາກົນ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ. ໃນໂອກາດດັ່ງກ່າວ, ຫົວຫນ້າຄະນະຜູ້ແທນ ສປປ ລາວ ຍັງໄດ້ພົບປະກັບ ທ່ານ ຮອງເລຂາທິການໃຫຍ່ ສປຊ, ຜູ້ຕາງໜ້າຂັ້ນສູງ ສໍາລັບ ປະເທດດ້ອຍພັດທະນາ, ປະເທດກໍາລັງພັດທະນາບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍ (OHRLLS) ແລະ ທ່ານ ເລຂາທິການຄະນະກໍາມາທິການເສດຖະກິດ-ສັງຄົມ ສປຊ ປະຈໍາພາກພື້ນ ອາຊີ-ປາຊີຟິກ (UNESCAP) ເພື່ອປຶກສາຫາລືກ່ຽວກັບວິທີທາງເພື່ອເສີມຂະຫຍາຍການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ ສປຊ ໃນຊຸມປີຕໍ່ໜ້າ. 
ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຖະແຫຼງການທາງການເມືອງ (Political Declaration) ຂອງກອງປະຊຸມລະດັບລັດຖະມົນຕີ ສໍາລັບ ພາກພື້ນອາຊີ-ປາຊີຟິກ ເພື່ອທົບທວນກາງສະໄໝ ຂອງການຈັດຕັ້ງປະຕິບັດ ແຜນດໍາເນີນງານ ໂດຮາ ເພື່ອເປັນບ່ອນອີງໃຫ້ປະເທດດ້ອຍພັດທະນາໃນພາກພື້ນ ແລະ ບັນດາຄູ່ຮ່ວມພັດທະນາ ສືບຕໍ່ຈັດຕັ້ງປະຕິບັດແຜນດຳເນີນງານ ສໍາລັບ ປີ 2022-2031, ທັງເປັນການປະກອບສ່ວນດ້ານເນື້ອໃນທີ່ສຳຄັນ ໃຫ້ແກ່ກອງປະຊຸມທົບທວນກາງສະໄໝ ໃນລະດັບສາກົນ ທີ່ຈະຈັດຂຶ້ນ ໃນເດືອນ ມີນາ 2027, ທີ່ ໂດຮາ, ປະເທດ ກາຕາ.
ແຜນດໍາເນີນງານ ໂດຮາ (2022-2031) ແມ່ນໜຶ່ງໃນແຜນດໍາເນີນງານທີ່ສໍາຄັນຂອງອົງການ ສປຊ ເຊິ່ງຖືກຮັບຮອງເອົາໃນປີ 2022 ຢູ່ໃນກອງປະຊຸມສາກົນວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 ທີ່ ໂດຮາ, ປະເທດ ກາຕາ ແລະ ມີໄລຍະເວລາຈັດຕັ້ງປະຕິບັດ 10 ປີ ຮອດປີ 2031. ບັນດາປະເທດສະມາຊິກອົງການ ສປຊ ແລະ ອົງການຈັດຕັ້ງສາກົນ ມີພັນທະໃນການຈັດຕັ້ງປະຕິບັດ ແຜນດໍາເນີນງານດັ່ງກ່າວ ແນໃສ່ເພື່ອສະຫນັບສະຫນູນໃຫ້ບັນດາປະເທດດ້ອຍພັດທະນາ ສາມາດຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວເທື່ອລະກ້າວ.