Slide
Slide
Slide
Slide
Slide
Slide

ງານສະເຫຼີມສະຫຼອງ *ວັນສາກົນເພື່ອສົ່ງເສີມການແກ້ໄຂບັນຫາລະເບີດບໍ່ທັນແຕກ (4 ເມສາ) ແລະ ພິທີປະກາດງານແຂ່ງຂັນສິລະປະແຕ້ມຮູບ ໃນນາມ ສປປ ລາວ
ວັນທີ: 03/04/2026

ວັນທີ 1 ເມສາ 2026 ທີ່ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ - ກະຊວງການຕ່າງປະເທດ ໃນນາມ ປະທານ ແລະ ກອງເລຂາ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ)  ໂດຍຮ່ວມມືກັບ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (LYU) ພາຍໃຕ້ການສະໜັບສະໜູນ ຈາກ ລັດຖະບານ ອຽກລັງ ແລະ ອົງການ ສປຊ ເພື່ອການພັດທະນາ (UNDP) ໄດ້ຈັດງານສະເຫຼີມສະຫຼອງ *ວັນສາກົນເພື່ອສົ່ງເສີມການແກ້ໄຂບັນຫາລະເບີດບໍ່ທັນແຕກ (4 ເມສາ) ແລະ ພິທີປະກາດງານແຂ່ງຂັນສິລະປະແຕ້ມຮູບ ໃນນາມ ສປປ ລາວ ເປັນປະທານ ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລູກຫວ່ານ ຮອບວຽນທີ 3 (3RC CCM) ທີ່ ນະຄອນຫຼວງວຽງຈັນ.*  ໃນໂອກາດດັ່ງກ່າວ, ທ່ານ ທອງລີ ສີສຸລິດ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ໃນນາມປະທານກິດຕິມະສັກ ໄດ້ໃຫ້ກຽດກ່າວເປີດພິທີຢ່າງເປັນທາງການ. ພ້ອມນີ້, ມີບັນດາ ທ່ານເອກອັກຄະລັດຖະທູດ, ທຸຕານຸທູດ, ຜູ້ຕາງໜ້າ ບັນດາອົງການເຄືອຄ່າຍ ສປຊ, ອົງການປະຕິບັດງານ ແລະ ຕາງໜ້ານັກສຶກສາ, ຊາວໜຸ່ມ, ເຍົາວະຊົນ ຈາກ ໂຮງຮຽນມັດຖະຍົມສົມບູນ ຈໍານວນ 5 ແຫ່ງ ເຂົ້າຮ່ວມງານດັ່ງກ່າວຢ່າງຟົດຟຶ້ນ ຫຼາຍກວ່າ  400 ທ່ານ.