ໃນວັນທີ 27 ມີນາ 2026 ຜ່ານມາ, ກົມອົງການຈັດຕັ້ງສາກົນ ໄດ້ໄປຢ້ຽມຊົມຫໍພິພິຕະພັນປະຫວັດສາດ ກອງທັບປະຊາຊົນລາວ ນໍາໂດຍ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວຫນ້າກົມອົງການຈັດຕັ້ງສາກົນ ໂດຍມີພະນັກງານຈາກກົມອົງການຈັດຕັ້ງສາກົນ
ວັນທີ: 02/06/2026
ໃນວັນທີ 27 ມີນາ 2026 ຜ່ານມາ, ກົມອົງການຈັດຕັ້ງສາກົນ ໄດ້ໄປຢ້ຽມຊົມຫໍພິພິຕະພັນປະຫວັດສາດ ກອງທັບປະຊາຊົນລາວ ນໍາໂດຍ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວຫນ້າກົມອົງການຈັດຕັ້ງສາກົນ ໂດຍມີພະນັກງານຈາກກົມອົງການຈັດຕັ້ງສາກົນ, ເຂົ້າຮ່ວມທັງຫມົດ 18 ທ່ານ. ຈຸດປະສົງຂອງການໄປຢ້ຽມຢາມດັ່ງກ່າວ ເປັນໜຶ່ງໃນກິດຈະກໍາປິ່ນອ້ອມແຜນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແລະ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955 – 22 ມີນາ 2026) ແລະ ສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູບຸນຄຸນ ເຖິງຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ຜູ້ນໍາພາສ້າງຕັ້ງ, ທະນຸບໍາລຸງ, ກໍ່ສ້າງ ແລະ ປັບປຸງພັກໃຫ້ໜັກ ແໜ້ນ, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
ແລະ ໃນຕອນບ່າຍຂອງວັນດຽວກັນ, ກົມອົງການຈັດຕັ້ງສາກົນ ໄດ້ສືບຕໍ່ຈັດກິດຈະກໍາກິລາເປຕັ້ງ ຮ່ວມກັບ ກົມກົດລັບ, ກະຊວງປ້ອງກັນປະເທດ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ແລະ ສ້າງກິດຈະກໍາຮ່ວມກັນຂອງອົງການຈັດຕັ້ງມະຫາຊົນຂອງທັງສອງພາກສ່ວນ ເພື່ອເສີມສ້າງການພົວພັນຮ່ວມມື ແລະ ຮັດແຫນ້ນຄວາມສາມັກຄີໃຫ້ແຫນ້ນແຟ້ນຍິ່ງໆຂຶ້ນ.