ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ທີ່ ແຂວງອຸດົມໄຊ
ວັນທີ: 13/08/2026
ໃນວັນທີ 11 ສິງຫາ 2026, ທີ່ ຫ້ອງວ່າການປົກຄອງແຂວງ ອຸດົມໄຊ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງວ່າການປົກຄອງແຂວງ ອຸດົມໄຊ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ອາລົມສັງສີ ລາຊະວົງ, ຮອງຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ ວຽງອຸດົມ ຈັນທະວົງ, ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ ອຸດົມໄຊ. ກອງປະຊຸມດັ່ງກ່າວ ມີຜູ້ຕາງໜ້າຈາກບັນດາພະແນກການທີ່ກ່ຽວຂ້ອງ ແລະ ຂະແໜງການຕ່າງໆຂອງບັນດາເມືອງໃກ້ຄຽງ ພາຍໃນແຂວງ ອຸດົມໄຊ ລວມທັງຫມົດປະມານ 80 ທ່ານ.
ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນເພື່ອເຜີຍແຜ່, ແລກປ່ຽນຂໍ້ມູນຂ່າວສານ ແລະ ປຶກສາຫາລື ລະຫວ່າງກອງເລຂາ ປພຍ ແລະ ຂັ້ນທ້ອງຖິ່ນ ກ່ຽວກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ,ໂດຍສະເພາະເພື່ອຊຸກຍູ້ແນວທາງ ແລະ ວຽກງານການເຊື່ອມສານເປົ້າໝາຍການພັດແບບຍືນຍົງ ຂອງສາກົນເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ກໍຄື ແຜນພັດທະນາຂອງທ້ອງຖິ່ນໃຫ້ສອດຄ່ອງ ແລະ ມີຄວາມເປັນເອກະພາບກັນ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ; ລວມທັງ ວຽກງານການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ຂອງ ສປປ ລາວ ໃນທ້າຍປີ 2026. ພ້ອມດຽວກັນນີ້, ກໍຍັງເປັນສ້າງໂອກາດໃຫ້ຜູ້ເຂົ້າຮ່ວມ ໄດ້ສາມາດສົນທະນາແລກປ່ຽນຄໍາເຫັນຕໍ່ບົດນໍາສະເໜີດັ່ງກ່າວ ທີ່ຕິດພັນກັບວຽກງານຂະແໜງການຂອງຕົນ ຢ່າງກົງໄປກົງມາ. ສິ່ງທີ່ສຳຄັນ ແມ່ນຜູ້ເຂົ້າຮ່ວມ ຈະໄດ້ນໍາເອົາຜົນຂອງກອງປະຊຸມໃນຄັ້ງນີ້ໄປເຜີຍແຜ່, ເຊື່ອມສານ ແລະ ຈັດຕັ້ງປະຕິບັດໃນຂະແໜງການຂອງຕົນໃຫ້ເກີດໝາກຜົນ, ພ້ອມທັງສືບຕໍ່ການຮ່ວມມື ແລະ ເຮັດວຽກຮ່ວມກັນໃນອະນາຄົດ ເພື່ອບັນລຸໄດ້ບັນດາຄາດໝາຍ ແລະ ເປົ້າໝາຍການພັດທະນາຂອງປະເທດ.
ເປົ້າໝາຍການພັດທະນາແບບຍືນຍົງ ຫຼື ປພຍ (SDGs) ແມ່ນການສືບຕໍ່ຈັດຕັ້ງປະຕິບັດວາລະການພັດທະນາຂອງສາກົນ ແລະ ຂອງບັນດາປະເທດສະມາຊິກ ອົງການສະຫະປະຊາຊາດ ລວມທັງ ສປປ ລາວ. ນັບຕັ້ງແຕ່ ສປປ ລາວ ໄດ້ຮັບຮອງເອົາວາລະ 2030 ເພື່ອການພັດທະນາແບບຍືນຍົງ ໃນປີ 2015 ເປັນຕົ້ນມາ ແລະ ກໍ່ໄດ້ເຊື່ອມສານເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII, ຄັ້ງທີ IX ແລະ ຄັ້ງທີ X. ມາຮອດປັດຈຸບັນເປັນໄລຍະເວລາ 10 ປີແລ້ວ ທີ່ພວກເຮົາໄດ້ຈັດຕັ້ງປະຕິບັດວາລະການພັດທະນາຂອງສາກົນດັ່ງກ່າວ, ເຊິ່ງພວກເຮົາສາມາດຍາດໄດ້ຫຼາຍຜົນສໍາເລັດອັນພົ້ນເດັ່ນ ແລະ ມີຄວາມຄືບໜ້າຫຼາຍດ້ານເຊັ່ນ: ສາມາດຜັນຂະຫຍາຍບັນດາຕົວຊີ້ບອກ ປພຍ ເຂົ້າໃນແຕ່ລະໜ້າວຽກຂອງກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຊິ່ງຖືວ່າເປັນກົນໄກໜຶ່ງທີ່ສຳຄັນໃນການຊຸກຍູ້ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຂອງສາກົນ ໃຫ້ມີຄວາມສອດຄ່ອງກັບແຜນພັດທະນາແຫ່ງຊາດ, ລວມການຮັບຮອງເອົາແຜນປະຕິບັດງານແຫ່ງຊາດ ເພື່ອການຈັດຕັ້ງປະຕິບັດວາລະ 2030 ເປັນຕົ້ນ.
ສຳລັບການກະກຽມຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ເຊິ່ງພາຍຫຼັງທີ່ ສປປ ລາວ ສາມາດຜ່ານເກນການປະເມີນ ໄດ້ 03 ຄັ້ງຕິດຕໍ່ກັນຄື ຄັ້ງທີ 1 ປີ 2018, ຄັ້ງທີ 02 ໃນປີ 2021 ແລະ ຄັ້ງທີ 03 ໃນປີ 2024. ອົງການ ສປຊ ໄດ້ຮັບຮອງເອົາຍັດຕິໃນປີ 2021 ສະເໜີໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຢ່າງເປັນທາງການໃນທ້າຍປີ 2026 ແລະ ມີໄລຍະຂ້າມຜ່ານ 3 ປີ ລະຫວ່າງປີ 2026-2029. ພ້ອມດຽວກັນນີ້, ລັດຖະບານ ກໍໄດ້ສໍາເລັດການສ້າງແຜນຍຸດທະສາດການຂ້າມຜ່ານຢ່າງໂລ່ງລຽນຂອງ ສປປ ລາວ (Smooth Transition Strategy-STS) ເພື່ອເປັນການກຽມຄວາມພ້ອມທີ່ດີໃຫ້ ສປປ ລາວ ໃນການອອກຈາກສະຖານະພາບດ້ອຍພັດທະນາ ໃຫ້ໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ແລະ ບໍ່ຕົກກັບມາຢູ່ໃນສະຖານະພາບເກົ່າຄືນອີກ.
ໃນທ່າມກາງສະພາບການປ່ຽນແປງຂອງໂລກ ທີ່ຜັນແປໄປຢ່າງສັບສົນ, ບັນຫາດ້ານໄພພິບັດທາງທໍາມະຊາດ, ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ພະລັງງານ ລວມທັງຂໍ້ຂັດແຍ້ງ ທີ່ເກີດຂື້ນຢູ່ໃນໂລກ, ໄດ້ສ້າງຜົນກະທົບຕໍ່ການຈັດຕັ້ງປະຕິບັດ ປພຍ ຢູ່ຫຼາຍປະເທດ ກໍຄືໃນປະເທດລາວເຮົາ ໃຫ້ມີຄວາມຊັກຊ້າ. ດ້ວຍເຫດນີ້, ທຸກໆປະເທດໃນໂລກ ລວມທັງ ສປປ ລາວ ຕ້ອງໄດ້ຄວາມພະຍາຍາມ ແລະ ສູ້ຊົນສ້າງຄວາມເຂັ້ມແຂງ ແລະ ຂີດຄວາມສາມາດ ຂອງຂະແໜງການທີ່ກ່ຽວຂ້ອງໃຫ້ສາມາດປັບຕົວເຂົ້າກັບສະພາບ ແລະ ຜ່ານຜ່າທຸກອຸປະສັກ ເພື່ອໃຫ້ສາມາດບັນລຸ ປພຍ ໃນປີ 2030. ພ້ອມດຽວກັນນັ້ນ, ການອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ຈະເປັນການຫັນທິດການພັດທະນາໃຫ້ສາມາດເພິ່ງພາຕົນເອງ ຫລື ກຸ້ມຕົນເອງຫລາຍຂຶ້ນ ຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ), ເຊິ່ງອັນສໍາຄັນແມ່ນການຫຼຸດຜ່ອນຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນຕາມລໍາດັບ, ເຊິ່ງທັງໝົດນັ້ນ ມັນໄດ້ຮຽກຮ້ອງໃຫ້ມີການເຮັດວຽກຮ່ວມກັນຢ່າງໃກ້ຊິດລະຫວ່າງສູນກາງ ແລະ ທ້ອງຖິ່ນ ທັງພາກລັດ ແລະ ເອກະຊົນ ເພື່ອຮັບປະກັນຜົນສຳເລັດການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.
ຂ່າວ ແລະ ຮູບພາບ ໂດຍ: ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ.