ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ
ວັນທີ: 26/08/2026
ໃນວັນທີ 21 ສິງຫາ 2026, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ນາງ ມາຕິນ ເທເຣີ (Ms. Martine Thérer), ຜູ້ຕາງໜ້າອົງການ ສະຫະປະຊາຊາດ ເພື່ອການພັດທະນາ (United Nations Development Programme – UNDP) ປະຈໍາ ສປປ ລາວ ໃນໂອກາດທີ່ຜູ້ກ່ຽວຈະສໍາເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ ໃນທ້າຍເດືອນ ສິງຫາ 2026.
ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການຢ້ຽມອໍາລາຢ່າງອົບອຸ່ນ ແລະ ສະແດງຄວາມຍິນດີ, ພ້ອມທັງຊົມເຊີຍຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ ເປັນຜູ້ຕາງໜ້າອົງການ UNDP ຢູ່ ສປປ ລາວ. ໃນນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ກັບການຮ່ວມມືທີ່ດີ ແລະ ການຊ່ວຍເຫຼືອຂອງ ອົງການ UNDP ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນການສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີຄັ້ງທີ IX, ຂະບວນການຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງ ຄັ້ງທີ X ແລະ ການສະໜັບສະໜູນຂະບວນການໂຕະມົນ ກໍຄືການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ການຫຼຸດຜ່ອນຄວາມທຸກຍາກ, ວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ຢູ່ ສປປ ລາວ.
ນອກຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍຕໍ່ກັບການສ້າງເອກະສານແຜນງານຮ່ວມມື (Country Programme Document) ສະບັບໃໝ່ສໍາລັບປີ 2027-2031 ລະຫວ່າງ ອົງການ UNDP ແລະ ລັດຖະບານ ແຫ່ງ ສປປ ລາວ, ພ້ອມທັງການປະກອບສ່ວນເຂົ້າໃນຂະບວນການສ້າງ “ຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ” ສະບັບໃໝ່ ສໍາລັບ ປີ 2027-2031. ພ້ອມດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ສະເໜີຕໍ່ອົງການ UNDP ປະຈໍາ ສປປ ລາວ ໃຫ້ການສືບຕໍ່ຊ່ວຍເຫຼືອ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາ ແລະ ບັນດາບູລິມະສິດຕ່າງຂອງ ລັດຖະບານ, ໂດຍສະເພາະຢູ່ໃນໄລຍະຂ້າມຜ່ານ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ, ໄລຍະປີ 2026-2029. ບົນຈິດໃຈດັ່ງກ່າວ, ເພື່ອເປັນກຽດ ແລະ ເປັນຜົນງານຂອງ ທ່ານ ນາງ ມາຕິນ ເທເຣີ ໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງປະດັບຫຼຽນກາມິດຕະພາບໃຫ້ແກ່ຜູ້ກ່ຽວ.
ໃນໂອກາດດັ່ງກ່າວນີ້, ທ່ານ ນາງ ມາຕິນ ເທເຣີ ໄດ້ສະແດງຄວາມຂອບໃຈຕໍ່ກັບການຕ້ອນຮັບການຢ້ຽມອໍາລາອັນອົບອຸ່ນ ຂອງ ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ແລະ ໄດ້ສະແດງຄວາມຂອບໃຈມາຍັງ ລັດຖະບານ ແຫ່ງ ສປປ ລາວ ໃນການຮ່ວມມືທີ່ດີກັບອົງການ UNDP ຕະຫຼອດໄລຍະຜ່ານມາ, ໂດຍສະເພາະໃນໄລຍະທີ່ ທ່ານ ນາງ ມາຕິນ ດໍາລົງຕໍາແໜ່ງເປັນຜູ້ຕາງໜ້າອົງການ UNDP ປະຈໍາ ສປປ ລາວ. ທ່ານ ນາງ ມາຕິນ ຍັງໄດ້ໃຫ້ຄວາມໝາຍໝັ້ນວ່າ ອົງການ UNDP ຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາ ແລະ ບູລິມະສິດຕ່າງໆຂອງລັດຖະບານຢ່າງຕັ້ງໜ້າ, ພາຍໃຕ້ການນໍາພາຂອງ ຜູ້ຕາງໜ້າອົງການ UNDP ຄົນໃໝ່.
ໃນໄລຍະປີ 2022-2026, ການຮ່ວມມືລະຫວ່າງ ອົງການ UNDP ແລະ ລັດຖະບານ ແຫ່ງ ສປປ ລາວ ປະກອບດ້ວຍບັນດາວຽກຈຸດສຸ່ມຄື: ວຽກງານຄອງບໍລິຫານລັດ ແລະ ການປົກຄອງລັດດ້ວຍກົດໝາຍ, ການຫຼຸດຜ່ອນຄວາມທຸກຍາກ, ການຈັັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ, ດ້ານສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ, ແລະ ການສ້າງຄວາມເຂັ້ມແຂງເພື່ອຮັບມືກັບໄພພິບັດທໍາມະຊາດ, ສະໜັບສະໜູນການພັດທະນາ ສປປ ລາວ ເພື່ອໃຫ້ສາມາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ວຽກງານຂະແໜງເກັບກູ້ລະເບີດບໍ່ທັນແຕກ ແລະ ວຽກງານສົ່ງເສີມບົດບາດຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ເພດຍິງ, ໂດຍການຈັດຕັ້ງປະຕິບັດວຽກງານດັ່ງກ່າວຜ່ານແຜນງານຮ່ວມມື (Country Programme Document) ແລະ ບັນດາໂຄງການຕ່າງໆມີມູນຄ່າທັງໝົດຫຼາຍກວ່າ 60,000,000 ໂດລາສະຫະລັດ.