ກະຊວງການຕ່າງປະເທດ ຈັດພິທີປະດັບຫຼຽນກາມິດຕະພາບໃຫ້ແກ່ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ
ວັນທີ: 26/08/2026
ໃນວັນທີ 25 ສິງຫາ 2026, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ, ປະດັບຫຼຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ມາຕິນ ເທເຣີ, (Ms. Martine Thérer), ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (United Nations Development Programme – UNDP) ປະຈໍາ ສປປ ລາວ, ເນື່ອງໃນໂອກາດທີ່ຜູ້ກ່ຽວໄດ້ສໍາເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ, ໂດຍມີການເຂົ້າຮ່ວມຂອງບັນດາກົມກ່ຽວຂ້ອງຂອງ ກະຊວງການຕ່າງປະເທດ, ກະຊວງການເງິນ ແລະ ຫ້ອງການຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ.
ທ່ານ ນາງ ມາຕິນ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນຜູ້ຕາງໜ້າອົງການ UNDP ນັບແຕ່ເດືອນ ມິຖຸນາ 2023 ເປັນຕົ້ນມາ ແລະ ຈະສໍາເລັດການປະຕິບັດໜ້າທີ່ໃນທ້າຍ ເດືອນ ສິງຫາ 2026. ທ່ານ ນາງ ມາຕິນ ແລະ ອົງການ UNDP ປະຈໍາ ສປປ ລາວ ໄດ້ປະກອບສ່ວນອັນສໍາຄັນເຂົ້າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX, ການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ແລະ ການສະໜັບສະໜູນຂະບວນການກອງປະຊຸມໂຕະມົນ ກໍຄືການປະກອບສ່ວນໂດຍລວມເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ວຽກງານເກັບກູ້ລະເບີດບໍ່ທັນແຕກ, ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ແນໃສ່ສະໜັບສະໜູນໃຫ້ ສປປ ລາວ ສາມາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ມາຕິນ ເທເຣີ ໄດ້ກ່າວຄໍາເຫັນສະແດງຄວາມຂອບໃຈຢ່າງສູງມາຍັງ ລັດຖະບານ ສປປ ລາວ ທີ່ໄດ້ຮັບຮູ້ການປະກອບສ່ວນສໍາຄັນຂອງຕົນກໍຄືອົງການ UNDP ພ້ອມທັງໃຫ້ການຮ່ວມມືທີ່ດີກັບອົງການ ຕະຫຼອດໄລຍະຜ່ານມາ, ໂດຍສະເພາະໃນໄລຍະທີ່ຜູ້ກ່ຽວປະຕິບັດໜ້າທີ່ຢູ່ ສປປ ລາວ ແລະ ພ້ອມທັງໃຫ້ຄວາມໝາຍໝັ້ນວ່າ ອົງການ UNDP ຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນບັນດາແຜນພັດທະນາເສດຖະກິດ-ສັງຄົມ ແລະ ບູລິມະສິດຕ່າງໆຂອງລັດຖະບານລາວໃນຊຸມປີຕໍ່ໜ້າ.