ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດກົນໄກການຮ່ວມມື ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈຂົງເຂດອາຊີ ຄັ້ງທີ 7
ວັນທີ: 19/10/2026
ນະຄອນຫຼວງບາກູ, ອາແຊັກໄບຊານ - ໃນວັນທີ 15 ຕຸລາ 2026, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ກົນໄກການຮ່ວມມື ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈຂົງເຂດອາຊີ ຫຼື ຊິກາ (CICA) ຄັ້ງທີ 7 ຈັດຂຶ້ນ ທີ່ ນະຄອນຫຼວງບາກູ, ສາທາລະນະລັດ ອາແຊັກໄບຊານ.
ກອງປະຊຸມສຸດຍອດຄັ້ງນີ້ ແມ່ນຈັດຂຶ້ນພາຍໃຕ້ຄໍາຂວັນ: “CICA ທີ່ເຂັ້ມແຂງ: ການເຊື່ອມໂຍງ, ການຫັນເປັນດິຈິຕອນ ແລະ ການຂະຫຍາຍຕົວຢ່າງຍືນຍົງໃນຂົງເຂດອາຊີ” ໂດຍການເປັນປະທານຂອງ ອາແຊັກໄບຊານ ແລະ ຖືເປັນຂີດໝາຍທາງປະຫວັດສາດທີ່ສໍາຄັນໃນການເຄື່ອນໄຫວວຽກງານການທູດຫຼາຍຝ່າຍ ຂອງ ສປປ ລາວ ເພາະເປັນການເຂົ້າຮ່ວມຄັ້ງທໍາອິດ ຂອງ ສປປ ລາວ ໃນຖານະປະເທດສະມາຊິກສົມບູນ ຂອງ CICA ພາຍຫຼັງທີ່ໄດ້ມີມະຕິຢ່າງເປັນເອກະສັນຮັບຮອງເອົາ ສປປ ລາວ ເຂົ້າເປັນສະມາຊິກ CICA ຢ່າງເປັນທາງການ ເຊິ່ງເຮັດໃຫ້ຈໍານວນສະມາຊິກກົນໄກດັ່ງກ່າວ ເພີ່ມຂຶ້ນເປັນ 29 ປະເທດ, ກວມເອົາເນື້ອທີ່ ແລະ ຈໍານວນປະຊາກອນ ເກົ້າສິບສ່ວນຮ້ອຍ (90%) ຂອງພາກພື້ນອາຊີ.
ການເຂົ້າເປັນສະມາຊິກ CICA ຂອງ ສປປ ລາວ ແມ່ນໝາກຜົນຂອງການພົວພັນ ແລະ ເຂົ້າຮ່ວມບັນດາກິດຈະກໍາ ພາຍໃຕ້ຂອບການຮ່ວມມືກົນໄກດັ່ງກ່າວ ມາເປັນເວລາຫຼາຍກວ່າໜຶ່ງທົດສະວັດ. ໃນນັ້ນ, ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ CICA ຄັ້ງທີ 4 ໃນປີ 2014 ເປັນຄັ້ງທໍາອິດ ໃນຖານະແຂກຂອງປະທານ ແລະ ສືບຕໍ່ເຂົ້າຮ່ວມ ແລະ ເຄື່ອນໄຫວ ພາຍໃຕ້ກົນໄກດັ່ງກ່າວ ໃນຖານະປະເທດສັງເກດການ ນັບຕັ້ງແຕ່ປີ 2017 ເປັນຕົ້ນມາ ຄຽງຄູ່ໄປກັບການເຂົ້າຮ່ວມບັນດາກິດຈະກໍາ ໃນທຸກລະດັບ.
ພະນະທ່ານ ປະທານປະເທດໄດ້ກ່າວຄຳເຫັນໃນກອງປະຊຸມ ແລະ ໄດ້ເນັ້ນໜັກຕື່ມວ່າ “ການເຂົ້າເປັນສະມາຊີກ ຊິກາ (CICA) ຂອງ ສປປ ລາວ ແມ່ນສະແດງໃຫ້ເຫັນເຖິງການດໍາເນີນນະໂຍບາຍການຕ່າງປະເທດ ແຫ່ງ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ກໍຄືຄວາມໝາຍໝັ້ນອັນສະເໝີຕົ້ນສະເໝີປາຍ ຕໍ່ກັບຫຼັກການຮ່ວມມືຫຼາຍຝ່າຍ, ການສົ່ງເສີມການເຈລະຈາ, ການເຄົາລົບອະທິປະໄຕ ແລະ ການບໍ່ແຊກແຊ່ງເຂົ້າໃນກິດການພາຍໃນ ແລະ ການແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ. ສປປ ລາວ ມີພ້ອມທີ່ຈະເຮັດວຽກຢ່າງໃກ້ຊິດກັບບັນດາປະເທດສະມາຊິກ ແລະ ປະເທດສັງເກດການ ຊິກາ (CICA) ເພື່ອປະກອບສ່ວນຢ່າງສ້າງສັນເຂົ້າໃນເປົ້າໝາຍລວມໃນການເສີມຂະຫຍາຍຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນ ເຊິ່ງກັນ ແລະ ກັນ, ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງ ເພື່ອການພັດທະນາແບບຍືນຍົງໃນພາກພື້ນອາຊີ”.
ໂນໂອກາດກອງປະຊຸມສຸດຍອດຄັ້ງນີ້, ບັນດາຜູ້ນໍາ CICA ໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ, ພ້ອມທັງຮ່ວມກັນກໍານົດທິດທາງການຮ່ວມມືໃນຊຸມປີຕໍ່ໜ້າ. ພ້ອມດຽວກັນນັ້ນ, ກອງປະຊຸມສຸດຍອດດັ່ງກ່າວ ຍັງຖືເປັນເວທີທີ່ສໍາຄັນໃນການສົ່ງເສີມມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງ ຜ່ານການເຈລະຈາ ແລະ ການຮ່ວມມືຫຼາຍຝ່າຍ. ພິເສດ, ກອງປະຊຸມ ຍັງໄດ້ເຫັນດີສະໜັບສະໜູນແຜນວິໄສທັດ ເພື່ອຍົກລະດັບກົນໄກ CICA ຈາກ “ເວທີປຶກສາຫາລື” ໃຫ້ກາຍເປັນ “ອົງການຈັດຕັ້ງສາກົນ ລະຫວ່າງລັດຖະບານ” ຢ່າງສົມບູບແບບ.
ການເຂົ້າເປັນສະມາຊິກ CICA ເປັນການເປີດສັກກະລາດໃຫມ່ ແຫ່ງ ການພົວພັນຮ່ວມມືກັບບັນດາປະເທດສະມາຊິກ CICA ແລະ ເປັນໂອກາດທີ່ດີໃຫ້ແກ່ການເສີມຂະຫຍາຍການຮ່ວມມືໃນບັນດາຂົງເຂດຍຸດທະສາດ ທີ່ຕ່າງຝ່າຍຕ່າງມີທ່າແຮງ ເຊັ່ນ: ການເຊື່ອມໂຍງ-ເຊື່ອມຈອດພາກພື້ນ, ການພັດທະນາແບບຍືນຍົງ, ການຄ້າ ແລະ ການຮ່ວມມືທາງດ້ານເສດຖະກິດ, ການຫັນເປັນດີຈີຕອນ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ພາກພື້ນ ແນໃສ່ຮັບມືກັບສິ່ງທ້າທາຍແບບດັ້ງເດີມ ແລະ ແບບໃຫມ່ ແລະ ສ້າງຄວາມສົມບູນພູນສຸກຮ່ວມກັນ.
ນອກຈາກນີ້, ໃນວັນດຽວກັນ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ກໍຍັງໄດ້ພົບປະສອງຝ່າຍກັບທ່ານ ຊາຟກັດ ເມຍຊິໂຍເຢັບ, ປະທານນາທິບໍດີ ແຫ່ງ ສ. ອຸດສະເບກິດສະຖານ ເພື່ອຮັດແໜ້ນສາຍພົວພັນ ແລະ ປຶກສາຫາລື ກ່ຽວກັບການແລກປ່ຽນການຢ້ຽມຢາມລະຫວ່າງຜູ້ນຳສູງສຸດຂອງສອງປະເທດ ໃນໂອກາດຄົບຮອບ 35 ປີ ຂອງການສ້າງຕັ້ງສາຍພົວພັນການທູດ ສປປລາວ - ອຸດສະເບກິດສະຖານ ໃນປີ 2027.
ໃນວັນດຽວກັນ, ພະນະທ່ານ ປະທານປະເທດ ກໍຍັງໄດ້ໃຫ້ສຳພາດພິເສດຕໍ່ກັບລາຍການໂທລະພາບ Formular of Power ເຊິ່ງເປັນລາຍການໂທລະພາບທີ່ສຳຄັນ ແລະ ມີສື່ສຽງ ຂອງ ອາແຊັກໄບຊານ ກ່ຽວກັບການຢ້ຽມຢາມທາງການ ແລະ ການເຂົ້າຮ່ວມກອງປະຊຸມ CICA ຂອງ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ທີ່ນຳໂດຍ ພະນະທ່ານ ປະທານປະເທດ ເຊິ່ງດຳເນີນການສຳພາດໂດຍທ່ານ Mikhail Gusman, ນັກຂ່າວຜູ້ມີຊື່ສຽງຂອງ ອາແຊັກໄບຊານ.