Slide
Slide
Slide
Slide
Slide
Slide

ພິທີຮັບຮອງຢ່າງເປັນທາງການ ຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ສະບັບໃໝ່ ສຳລັບປີ 2027 - 2031
ວັນທີ: 22/10/2026

ໃນວັນທີ 21 ຕຸລາ 2026 ທີ່ ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີຮັບຮອງຢ່າງເປັນທາງ ຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ສຳລັບປີ 2027-2031, ໂດຍການໃຫ້ກຽດເປັນປະທານຮ່ວມພິທີຂອງ ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບາໂຄເດຍ ເບີຄານ໊ອບ (Bakhodir Burkhanov), ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ, ເຊິ່ງມີບັນດາທ່ານຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຫົວໜ້າຫ້ອງການກະຊວງ, ຄະນະກົມ, ຜູ້ຕາງໜ້າຈາກບັນດາກະຊວງຂະແໜງການ ແລະ ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 70 ທ່ານ.
ຂອບການຮ່ວມມືສະບັບໃໝ່ດັ່ງກ່າວ ໄດ້ຮັບການລົງນາມໂດຍ ທ່ານ ທອງສະຫວັນ ພົມວິຫານ ໃນນາມຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ບາໂຄເດຍ ເບີຄານ໊ອບ ໃນນາມຕາງໜ້າໃຫ້ແກ່ ອົງການ ສປຊ ແລະ ຄູ່ຮ່ວມພັດທະນາ, ເຊິ່ງຂອບການຮ່ວມມືດັ່ງກ່າວໄດ້ກຳນົດທິດທາງສໍາຄັນສຳລັບການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ ສປຊ ໃນໄລຍະ 5 ປີຕໍ່ໜ້າ, ໂດຍໄດ້ກໍານົດເອົາ 03 ເປົ້າໝາຍຫຼັກຄື:  ການເປັນຢູ່ທີ່ດີຂອງປະຊາຊົນ; ການປົກຄອງລັດ ແລະ ບັນດາສະຖາບັນຕ່າງໆ; ແລະ ດ້ານສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ; ແລະ ພ້ອມດ້ວຍ 10 ແຜນວຽກຈຸດສຸ່ມ, ເຊິ່ງສອດຄ່ອງກັບແນວທາງການພັດທະນາແຫ່ງຊາດ ແລະ ວິໄສທັດໄລຍະຍາວຂອງ ສປປ ລາວ.
ໃນພິທີດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ໃຫ້ກ່າວບາງຄໍາເຫັນສຳຄັນວ່າ: “ລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ການເປັນຄູ່ຮ່ວມມື ກັບ ອົງການ ສປຊ ມາແຕ່ຍາວນານ. ເປັນເວລາຫຼາຍທົດສະວັດແລ້ວ ທີ່ອົງການ ສປຊ ໄດ້ກາຍເປັນຄູ່ຮ່ວມພັດທະນາທີ່ມີຄຸນຄ່າ ແລະ ເຊື່ອຖືໄດ້, ປະກອບສ່ວນຢ່າງສຳຄັນເຂົ້າໃນຄວາມພະຍາຍາມການພັດທະນາ ສປປ ລາວ ແລະ ຍົກລະດັບຊີວິດການເປັນຢູ່ທີ່ດີຂອງປະຊາຊົນ. ລັດຖະບານ ສປປ ລາວ ສະແດງຄວາມຂອບໃຈຢ່າງຍິ່ງຕໍ່ການຮ່ວມມື ແລະ ການສະໜັບສະໜູນຢ່າງຕໍ່ເນື່ອງ. ລັດຖະບານ ສປປ ລາວ ຢືນຢັນຄວາມໝາຍໝັ້ນໃນການຮ່ວມມືກັບ ອົງການ ສປຊ ປະຈຳ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ ເພື່ອຮັບປະກັນການຈັດຕັ້ງປະຕິບັດຂອບຮ່ວມມືສະບັບໃໝ່ນີ້ໃຫ້ມີປະສິດທິພາບ ແລະ ມີການປະສານງານກັນເປັນຢ່າງດີ ໂດຍມີເປົ້າໝາຍເພື່ອບັນລຸການພັດທະນາແບບຍືນຍົງທີ່ມີຜົນຈັບຕ້ອງໄດ້ ແລະ ຍາວນານພາຍໃນປະເທດ.” ໃນຂະນະດຽວກັນ, ທ່ານ  ບາໂຄເດຍ ເບີຄານ໊ອບ, ກໍໄດ້ມີຄໍາເຫັນບາງຕອນວ່າ: “ຂອບຮ່ວມມືດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງອົງການ ສປຊ ຕໍ່ລັດຖະບານ ແຫ່ງ ສປປ ລາວ ໃນການສະໜັບສະໜູນບູລິມະສິດການພັດທະນາແຫ່ງຊາດ, ລວມທັງວາລະ 2030 ເພື່ອການພັດທະນາແບບຍືນຍົງ ໂດຍສອດຄ່ອງກັບວິໄສທັດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10, ບຸລິມະສິດເຫຼົ່ານີ້ ຈະເປັນແນວທາງໃນການວາງແຜນ, ຈັດລຳດັບຄວາມສຳຄັນ ແລະ ຈັດຕັ້ງປະຕິບັດ ໃນງົບປະມານຈຳນວນປະມານ 510 ລ້ານໂດລາສະຫະລັດ ຈາກ 24 ອົງການ, ກອງທຶນ ແລະ ໂຄງການຂອງ ສປຊ ໃນໄລຍະ 5 ປີຂ້າງໜ້າ.” 
ຫຼັງຈາກພິທີດັ່ງກ່າວ, ກໍໄດ້ມີການຈັດກອງປະຊຸມລະດັບສູງ ຂອງຄະນະກຳມະການຊີ້ນໍາຮ່ວມ ຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສປຊ ສຳລັບປີ 2022-2026, ເຊິ່ງເປັນກອງປະຊຸມຄັ້ງສຸດທ້າຍຂອງຂອບການຮ່ວມມືສະບັບປັດຈຸບັນ, ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບາໂຄເດຍ ເບີຄານ໊ອບ, ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ. ໃນທີ່ປະຊຸມ, ບັນດາຜູ້ເຂົ້າຮ່ວມ ໄດ້ຮ່ວມກັນປຶກສາຫາລື ແລະ ປະກອບຄໍາເຫັນຢ່າງກົງໄປກົງມາ ແລະ ສ້າງສັນຕໍ່ກັບຜົນສຳເລັດຂອງຂອບການຮ່ວມມືສະບັບປັດຈຸບັນ, ບັນດາບູລິມະສິດສຳລັບປີ 2027 ແລະ ວາລະອຶ່ນໆທີ່ສໍາຄັນ, ເຊິ່ງປະທານຮ່ວມກອງປະຊຸມກໍໄດ້ຢໍ້າຄືນເຖິງຄວາມໝາຍຄວາມສຳຄັນຂອງ ກອງປະຊຸມຄະນະກໍາມະການຊີ້ນໍາຮ່ວມຂອບການຮ່ວມມື, ເຊິ່ງເປັນທັງເວທີປຶກສາຫາລື ແລະ ກົນໄກສໍາຄັນໃນການຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດແຜນງານ/ໂຄງການຮ່ວມມືຕ່າງໆ ລະຫວ່າງລັດຖະບານ ແລະ ອົງການເຄືອຂ່າຍ ສປຊ.